Über Uns ກ່ຽວກັບເຮົາ
Der Laotische Kulturverein
Dok Champa e.V. Was ist das Dok Champa? Dok Champa ist eine nationale Blume; sie hat aber auch eine tausendjährige laotische Tradition. Bei jedem Fest wird beispielsweise zum Abschied, aber auch zu Geburtstagen Dok Champa überreicht. Ohne diese Blume wäre die laotische Kultur und Religion undenkbar. Diese Blume schmückt jedes laotische Haus, Pagoden und öffentliche Plätze wie Parks und Spielplätze. Was macht der Verein? Unser Verein setzt sich aus Laoten zusammen, die in der Umgebung von Ulm und Neu-Ulm leben. In den 80er und 90er Jahren sind Laoten aus unterschiedlichen Gründen nach Deutschland - oder in diesem Fall Schwaben - gezogen. Einige flohen wegen des Vietnam Krieges, andere waren Studenten in Osteuropa, die 1989/1990 vor den laotischen Botschaften in Prag und Warschau gegen die laotische Regierung protestierten und andere wiederum heirateten Deutsche. Unser Verein wurde am 09. Mai 2009 in Weißenhorn gegründet, weil unserer Überzeugung nach der Zusammenhalt der laotischen Familien in Deutschland und ihre Verankerung in der deutschen Gesellschaft davon abhängt, dass die laotische Kultur und Tradition von Generation zu Generation weiter gegeben wird und ein Austausch zwischen der laotischen und deutschen Kultur ermöglicht wird. Unser Verein dient der kulturellen Zusammenarbeit und Weiterreichung der laotischen Kultur und Tradition von Generation zu Generation, der Zusammenarbeit, gegenseitigen Unterstützung und Hilfe der laotischen Familien. Er fördert sowohl die Jungendwohlfahrt und Bildung der laotischen Sprache, Kunst, Geschichte, Kultur und Tradition als auch das gegenseitige kennen lernen der laotischen und deutschen Kultur. Unser Verein ist als gemeinnützig im Sinne der Abgabenordnung anerkannt von Finanzamt Neu–Ulm und in das Vereinsregister beim Amtsgericht Memmingen eingetragen. |
ສະມາຄົມ ວັດທະນາທຳລາວ
"ດອກຈຳປາ" ພວກຂ້າພະເຈົ້າ ແມ່ນຄົນລາວ ທີ່ພັດພາກຈາກ ບ້ານເກິດເມືອງນອນ ແລະໄດ້ມາຢູ່ອາໃສ ໃນບ້ານເພິ່ນເມືອງທ່ານ
(ປະເທດເຢັຽຣະມັນ) ເປັນເວລາຫຼາຍສິບປີ ຕາມເງື່ອນໄຂແຕກຕ່າງກັນ, ບາງທ່ານກໍ່ໜີມາ ຍ້ອນໄພສົງຄາມ, ບາງທ່ານກໍ່ມາຍ້ອນ ການເຮັດປະທ້ວງຣັຖບານລາວ ເຊັ່ນ: ອາດິດ ນັກສຶກສາລາວ ຢູ່ເອີລົບຕາເວັນອອກ ແລະ ບາງທ່ານກໍ່ມາຍ້ອນ ສ້າງຄອບຄົວກັບ ຄົນເຢັຽຣະມັນ. ໃນວັນທີ່ 09. ພຶສພາ. 2009. ພວກຂ້າພະເຈົ້າ ຄົນລາວເຂດເມືອງ Ulm, Neu – Ulm ແລະ ອ້ອມຂ້າງ ໄດ້ພາກັນຕັດສີນໃຈ ກໍ່ຕັ້ງສະມາຄົມ ວັດທະນາທຳລາວ ດອກຈຳປາ ນີ້ຂື້ນ ທີ່ເມືອງ ວາຍເຊັນຮອນ. ຈຸດປະສົງແມ່ນເພຶ່ອ ເຕົ້າໂຮມຄວາມສາມັກຄີຮັກແພງ, ຊ່ວຍເຫຼືອເຊຶ່ງກັນແລະກັນ ລະຫວ່າງ ຄອບຄົວຄົນລາວ ທີ່ຢູ່ປະເທດເຢັຽຣະມັນ, ເພຶ່ອສົງເສີມ ວັດທະນາທໍາ ຮິດຄອງປະເພນີອັນດີງາມຂອງລາວ ແລະສືບທອດໃຫ້ລູກຫຼານ ເຍົາວະຊົນລູ້ນຫຼັງຕໍ່ໄປ, ພອ້ມກັນນັ້ນ ກໍ່ສຶກສາຮຽນຮູ້ ແລະແລກປ່ຽນວັດທະນາທັມ ອັນດີງາມ ລະຫວ່າງລາວ ກັບ ເຢັຽຣະມັນ. ເຖິງແມ່ນວ່າ ຈະພັດພາກຈາກບ້ານເກີດເມືອງນອນ ແລະມາເພິ່ງພາອາໃສ ຢູ່ບ້ານເພີ່ນເມືອງທ່ານ ເປັນເວລາ ຫຼາຍສິບປີ ກໍ່ຕາມ, ພວກຂ້າພະເຈົ້າ ກໍ່ຍັງບໍ່ລືມ, ຍັງຮັກສາໄວ້ ວັດທະນາທຳ ຮິດຄອງປະເພນີ ອັນດີງາມຂອງຊາດ ລາວ ເຮົາ ແລະກໍ່ຍັງໄດ້ ສຶບທອດໃຫ້ລູກ ໃຫ້ຫຼານຕໍ່ໆໄປ, ດັ່ງນັ້ນຈຸດປະສົງ ເຫົ່ລານີ້ ຈຶ່ງຖືກບົ່ງໄວ້ ໃນກົດບັນຍັດ ຂອງສະມາຄົມຄື: ໑. ສະມາຄົມ ເຄື່ອນໄຫວ ຮັບໃຊ້ໂດຍກົງ ແລະພຽງແຕ່ ສິດຜົນປະໂຫຍດສວ່ນລວມເທົ່ານົັ້ນ, ຊຶ່ງອີງໃສ່ຈຸດປະສົງ ຂອງກົດໝາຍຍົກເວັ້ນພາສີ(ມາດຕຣາ 51ff). ສະມາຄົມ ເຄື່ອນໄຫວແບບ ບໍ່ເຫັນແກ່ຕົວ ແລະບໍ່ມີຈຸດປະສົງ ຈະສ້າງເສດຖະກິດ ໃຫ້ຕົນເອງ. ສະມາຄົມ ບໍ່ຂື້ນກັບພັກຝ່າຍການເມືອງ ແລະສາດສະໜາໃດໆ. ໒. ສະມາຄົມ ຮັບໃຊ້ ການຮ່ວມໄມ້ຮ່ວມມື ທາງດ້ານ ວັດທະນາທຳ, ການຖາ່ຍທອດ ວັດທະນາທຳລາວ ໃຫ້ລຸ້ນລູກລຸ້ນຫລານ, ການເຕົ້າໂຮມ ຄວາມສາມະຄີ, ການຊ່ວຍເຫລືອຊຶ່ງກັນແລະກັນ ຂອງຄອບຄົວຄົນລາວ ໓. ສະມາຄົມ ຊຸກຍູ້ສົ່ງເສີມ ໃຫ້ລຸ້ນໜຸ່ມ ສຶກສາຮຽນຮູ້ ພາສາ, ສິນລະປະວັດທະນາທຳ, ປະຫວັດສາດ ແລະຮີດຄອງປະເພນີລາວ ໔. ສະມາຄົມ ຊຸກຍູ້ສົ່ງເສີມ ທຸກການແລກປ່ຽນ, ຮຽນຮູ້ຊຶ່ງກັນແລະກັນລະຫວ່າງ ວັດທະນາທຳລາວ ແລະ ເຢຍລະມັນ ສະມາຄົມ ວັດທະນະທຳລາວ ດອກຈຳປາ ໄດ້ຖືກຮັບຮູ້ ເປັນອົງການຈັດຕັ້ງ gemeinnützig ຍົກເວັ້ນພາສີ ຈາກຫ້ອງການ ການເງິນ ຂອງປະເທດເຢັຽຣະມັນ ແລະ ຖື້ກຮັບຮູ້ເປັນທາງການ ຈາກສານ ເມືອງ ແມມມິ່ງເກີນ, ປະເທດເຢຍຣະມັນ |