Satzung ກົດບັນຍັດ
Satzung des laotischen Kulturvereins
"Dok Champa" Der ins Leben gerufene Verein geht von der Erkenntnis aus, dass der Zusammenhalt der laotischen Familien in Deutschland und ihre Verankerung in der deutschen Gesellschaft davon abhängt, dass die laotische Kultur und
Tradition von Generation zu Generation weitergegeben wird und ein Austausch zwischen der deutschen und laotischen Kultur stattfindet. Der von den Gründungsmitgliedern
§ 1 Name, Sitz, Eintragung, Geschäftsjahr
§ 2 Vereinszweck
§ 3 Selbstlosigkeit
§ 4 Mitgliedschaft
§ 5 Beiträge Die Mitglieder zahlen Beiträge nach Maßgabe eines Beschlusses der Mitgliederversammlung. Zur Festlegung der Beitragshöhe und -fälligkeit ist eine einfache Mehrheit der in der Mitgliederversammlung anwesenden stimmberechtigten Vereinsmitglieder erforderlich. Der Mitgliedsbeitrag ist im 1. Vierteljahr des Geschäftsjahres zur Zahlung fällig. § 6 Organe des Vereins Organe des Vereins sind
§ 7 Der Vorstand
§ 8 Mitgliederversammlung
§ 9 Satzungsänderung
§ 10 Haushalt, Kassenführung
§ 11 Vereinsmittel
§ 12 Ehrenmitglieder
§ 13 Auflösung des Vereins und Vermögensbindung
Überarbeitete Fassung Hittistetten, den 04. Juli 2009 |
ກົດບັນຍັດ ຂອງສະມາຄົມ ວັດທະນາທຳລາວ
"ດອກຈຳປາ" ສະມາຄົມທີ່ກໍ່ຕັ້ງຂື້້ນນີ້ ຮັບຮູ້ວ່າ: ການຊ່ວຍເຫືລອເຊິ່ງກັນແລະກັນ, ຄວາມສາມັກຄີ່ຮັກແພງ ຂອງຄອບຄົວຄົນລາວ ຢູ່ເຢຍລະມັນ ແລະ ການຄົງຕົວຢູ່ໄດ້ໃນສັງຄົມຂອງເຢຍລະມັນ ແ່ມ່ນຂຶ້ນຢູ່ກັບ ການສົ່ງເສີມ, ທາ່ຍທອດວັດທະນາທຳ
ຮີດຄອງປະເພນີອັນດີງາມຂອງລາວເຮົາ ໃຫ້ລຸ້ນລູກລຸ້ນຫລານ ຮັບຮູ້, ແລະ ພອ້ມກັນນັ້ນກໍ່ຕ້ອງມີ ການແລກປ່ຽນ ວັດທະນາທຳ ລະຫວ່າງ ລາວກັບເຢຍລະມັນ. ສະມາຊິກທີ່ກໍ່ຕັ້ງສະມາຄົມ ໑. ທ່ານ ອານເດຣສ ໂບນ ໒. ທ່ານ ດວງຕາ ປັນຍານຸວົງ ໓. ທ່ານ ສົມພາວັນ ອັກຄະຣາດ ໔. ທ່ານ ສຸລິ ສີຫາຈັກ ໕. ທ່ານ ອານຸສິນ ໂພທອງຄຳ ໖. ທ່ານ ເຮືອງສັກ ໂພນສະຫັວດ ໗. ທ່ານ ສົມເພັດ ໄຊຍະກອນ ໘. ທ່ານ ອຸທົງ ມະນີວົງ ໙. ທ່ານ ອຸ່ນຄຳ ຫານລົດສົມພູ ມາດຕຣາ ໑ ຊື່, ທີ່ຕັ້ງ, ການຂຶ້ນທະບຽນ, ການສະຫລຸບປະຈຳປີ ໑. ສະມາຄົມ ຊື່ວ່າ: ສະມາຄົມ ວັດທະນາທຳລາວ "ດອກຈຳປາ" ໒. ມີທີ່ຕັ້ງຢູ່ເມືອງ 89264 Weißenhorn, Obere Mühl Str. 2 ໓. ຂຶ້ນທະບຽນຢູ່ທີ່ສານເມຶອງ Memmingen ໔. ການສະຫລຸບປະຈຳປີ ແມ່ນຂຶ້ນນຳແຕ່ລະປີ ມາດຕຣາ ໒ ຈຸດປະສົງ ຂອງສະມາຄົມ ໑. ສະມາຄົມ ເຄື່ອນໄຫວ ຮັບໃຊ້ໂດຍກົງ ແລະພຽງແຕ່ ສິດຜົນປະໂຫຍດສວ່ນລວມເທົ່ານົັ້ນ, ຊຶ່ງອີງໃສ່ຈຸດປະສົງ ຂອງກົດໝາຍຍົກເວັ້ນພາສີ(ມາດຕຣາ 51ff). ສະມາຄົມ ເຄື່ອນໄຫວແບບ ບໍ່ເຫັນແກ່ຕົວ ແລະບໍ່ມີຈຸດປະສົງ ຈະສ້າງເສດຖະກິດ ໃຫ້ຕົນເອງ. ສະມາຄົມ ບໍ່ຂື້ນກັບພັກຝ່າຍການເມືອງ ແລະສາດສະໜາໃດໆ. ໒. ສະມາຄົມ ຮັບໃຊ້ ການຮ່ວມໄມ້ຮ່ວມມື ທາງດ້ານ ວັດທະນາທຳ ແລະການສົ່ງເສີມ ຖາ່ຍທອດ ວັດທະນາທຳລາວ ໃຫ້ລຸ້ນລູກລຸ້ນຫລານ, ການເຕົ້າໂຮມ ຄວາມສາມະຄີ, ການຊ່ວຍເຫລືອຊຶ່ງກັນແລະກັນ ຂອງຄອບຄົວຄົນລາວ ໓. ສະມາຄົມ ຊຸກຍູ້ສົ່ງເສີມ ໃຫ້ລຸ້ນໜຸ່ມ ສຶກສາຮຽນຮູ້ ພາສາ, ສິນລະປະວັດທະນາທຳ, ປະຫວັດສາດ ແລະຮີດຄອງ ປະເພນີລາວ ໔. ສະມາຄົມ ຊຸກຍູ້ສົ່ງເສີມ ທຸກການແລກປ່ຽນ, ຮຽນຮູ້ຊຶ່ງກັນແລະກັນລະຫວ່າງ ວັດທະນາທຳລາວ ແລະ ເຢຍລະມັນ ມາດຕຣາ ໓ ການບໍ່ເຫັນແກ່ຕົວ(ເພື່ອ ສິດຜົນປະໂຫຍດສ່ວນລວມ) ໑. ສະມາຄົມເຄື່ອນໄຫວແບບບໍ່ເຫັນແກ່ຕົວ, ບໍ່ມີເປົ້າໝາຍ ທີ່ຈະສາ້ງເສດຖະກິດໃຫ້ຕົນເອງ ໒. ສັບສິນ ຂອງສະມາຄົມ ໃຊ້ໄດ້ແຕ່ໃນກໍລະນີ ທີ່ຖືກຕອ້ງຕາມຈຸດປະສົງຂອງກົດບັນຍັດເທົ່ານັ້ນ ໓. ສະມາຊິກຂອງສະມາຄົມ ໃນນາມທີ່ເປັນສະມາຊິກ, ຈະບໍ່ໄດ້ຮັບເງິນຊ່ວຍເຫືລອຕອບແທນໃດໆ ຈາກ ສັບສິນຂອງສະມາຄົມ ໔. ສະມາຊິກ ບໍ່ສາມາດ ທີ່ຈະໄດ້ຮັບ ຮຸ້ນສ່ວນໃດໆຈາກສັບສິນ ຂອງສະມາຄົມ: ເວລາຜູ້ກຽ່ວ ອອກຈາກສະມາຄົມ ຫລື ເວລາ ສະມາຄົມຢຸດເຊົາ ຫລື ຖືກລົບລາ້ງ ໕. ບໍ່ມີໃຜສາມາດຈ່າຍເງິນ ທີ່ບໍ່ສອດຄ່ອງຕາມຈຸດປະສົງ ຂອງສະມາຄົມ ຫລືວ່າ ໄດ້ຮັບເງິນສູງ ເກີນກາຍ ຂອບເຂດທີ່ກຳນົດໃວ້ ມາດຕຣາ ໔ ສະມາຊິກ ໑. ສະມາຊິກຂອງສະມາຄົມ ແມ່ນ ບຸກຄົນ ແລະກຸ່ມຄົນໃດໜຶ່ງ, ຊຶ່ງຜູ້ກ່ຽວສະໜັບສະໜູນຈຸດປະສົງ ແລະເປົ້າໝາຍຂອງສະມາຄົມ ໒. ຄະນະບໍລິຫານ ຂອງສະມາຄົມ ເປັນຜູ້ຕັດສິນ ເລື້ອງຄຳຮ້ອງ ຂໍເຂົ້າເປັນສະມາຊິກສະມາຄົມ. ຄຳຮ້ອງ ຕ້ອງ ເປັນລາຍລັກອັກສອນ ຍື່ນໃຫ້ປະທານ ຂອງສະມາຄົມ ໓. ຜູ້ທີ່ມີອາຍຸບໍ່ຮອດ 18ປີ ຕ້ອງໄດ້ຮັບຄຳເຫັນດີ ຈາກ ຜູ້ທີ່ປົກຄອງຖືກຕ້ອງທາງກົດໝາຍ ໔. ການເປັນສະມາຊິກ ແມ່ນສິ້ນສຸດ ດ້ວຍການລາອອກ, ຖືກໄລ່ອອກ ຫລືວ່າ ເສຍຊີວິດ ໕. ການລາອອກຈາກສະມາຄົມ ຂອງສະມາຊິກຜູ້ໜຶ່ງ, ຖາ້ວ່າຜູ້ກ່ຽວ ໄດ້ຂຽນໜັງສືອະທິບາຍ ເປັນລາຍລັກອັກສອນ ຍື່ນໃຫ້ ປະທານສະມາຄົມ ແລະ ມີຜົນສັກສິດໃຊ້ໄດ້ ຫລັງຈາກສາມເດືອນຕໍ່ມາ ໖. ຖ້າສະມາຊິກໃດໜຶ່ງ ຕໍ່ຕາ້ນ ຈຸດປະສົງເປົ້າໝາຍ ແລະສິດຜົນປະໂຫຍດຂອງສະມາຄົມ ຢ່າງຮຸນແຮງ ຫລືວ່າ ບໍ່ເສຍເງິນບຳລຸງ ໜຶ່ງປີ ເຖິງແມ່ນວ່າ ໄດ້ຮັບຄຳເຕືອນ, ຄະນະບໍລິຫານ ສາມາດໄລ່ຜູ້ກ່ຽວ ອອກຈາກ ສະມາຄົມໄດ້ທັນທີ. ໗. ໃນໄລຍະສາມເດືອນ ຫລັງຈາກທີ່ໄດ້ຮັບການຕັດສິນ ໃຫ້ອອກຈາກສະມາຄົມ, ຜູ້ກ່ຽວ ສາມາດຟ້ອງຮ້ອງຄືນໄດ້, ຊຶ່ງຈະແມ່ນ ກອງປະຊຸມຫລວງຊຸດຕໍ່ມາ ເປັນຜູ້ຕັດສິນ ໘. ສະມາຊິກທຸກຄົນ ມີໜ້າທີ່ຮັບຜິດຊອບ ແລະມີສິດສະເໜີພາບ ຈ່າຍເງິນບຳລຸງທີ່ໄດ້ກຳນົດໄວ້ ໃຫ້ທັນເວລາ ມາດຕຣາ ໕ ເງິນບຳລຸງ ສະມາຊິກ ຈາ່ຍເງິນບຳລຸງ ອີງຕາມການກຳນົດຕົກລົງ ຂອງກອງປະຊຸມຫລວງ. ການກຳໜົດ ຈຳນວນເງິນ ແລະ ເວລາຈ່າຍ ຕ້ອງແມ່ນ ສຽງສ່ວນຫລາຍກາຍເຄິ່ງໜຶ່ງ ຂອງສະມາຊິກຜູ້ທີ່ມີສິດ ຢູ່ໃນກອງປະຊຸມຫລວງ ເປັນຜູ້ຕັດສິນ.ເງິນບຳລຸງຕ້ອງຈ່າຍບໍ່ໃຫ້ກາຍ. ມາດຕຣາ ໖ ການຈັດຕັ້ງຂອງ ສະມາຄົມ ການຈັດຕັ້ງຂອງ ສະມາຄົມ ປະກອບດ້ວຍ: ໑. ຄະນະບໍລິຫານ ໒. ກອງປະຊຸມຫລວງ ມາດຕຣາ ໗ ຄະນະບໍລິຫານ ໑. ຄະນະບໍລິຫານ ປະກອບດ້ວຍ: ປະທານ, ຮອງປະທານ ແລະຄະນະກັມມະການ ອີກສາມຄົນ ໒. ມີແຕ່ ສະມາຊິກ ຂອງສະມາຄົມເທົ້ານັ້ນ ສາມາດຖືກເລືອກ ຢູ່ໃນກອງປະຊຸມຫລວງ ໃຫ້ເປັນຄະນະບໍລິຫານ ໓. ອາຍຸການ ຂອງຄະນະບໍລິຫານ ແມ່ນສອງປີ ໔. ປະທານ ແລະຮອງປະທານ ເປັນຕົວແທນຂອງສະມາຄົມ ຕໍ່ໜ້າສານ ແລະພາຍນອກ. ສ່ວນການພົວພັນ ພາຍໃນ ຮອງປະທານ ສາມາດ ແທນປະທານໄດ້ ແຕ່ໃນກໍລະນີ ປະທານຕິດຂັດເທົ່ານັ້ນ. ໕. ຄະນະບໍລິຫານ ເປັນຜູ້ນຳພາ ການເຄື່ອງໄຫວຂອງ ສະມາຄົມ ແລະປະຕິບັດຕາມໜ້າທີ່ ທີ່ກອງປະຊຸມຫລວງ ມອບໝາຍໃຫ້, ໂດຍສະເພາະ ແມ່ນການຈັດຕັ້ງຊຸກຍູ້ ວຽກງານ ໃຫ້ມີຄວາມກ້າວໜ້າ. ຄະນະບໍລິຫານ ຕ້ອງ ແຈ້ງ ການເຄື່ອນໄຫວຂອງຕົນເອງ ໃຫ້ສະມາຊິກທຸກຄົນຮູ້(ຕ້ອງ ສະຫລຸບ). ໃນໄລຍະເວລາ ຂອງ ການຄຸ້ມຄອງ ຄະນະບໍລິຫານ ມີສິດຊອກເອົາ ຜູ້ບໍລິຫານ, ຊຶ່ງຜູ້ກ່ຽວ ມີສິດເຂົ້າຮ່ວມກອງປະຊຸມ ຂອງຄະນະ ແຕ່ມີສຽງ ເປັນພຽງແຕ່ ທີ່ປຶກສາ. ໖. ການຕົກລົງ ຂອງຄະນະບໍລິຫານ ແມ່ນຢູ່ໃນກອງປະຊຸມຄະນະ, ຊຶ່ງວ່າ ປະທານ ໃນກໍລະນີຕິດຂັດ ແມ່ນ ຮອງປະທານ ເປັນຜູ້ຮຽກປະຊຸມ. ຄະນະບໍລິຫານ ຕັດສິນ ແບບລວມໝູ່. ໃນກໍລະນີ ສຽງສະເໝີກັນ ໃນ ຄະນະ ແມ່ນສຽງຂອງປະທານ ເປັນຜູ້ຕັດສິນ ໗. ກອງປະຊຸມຫລວງ ເປັນຜູ້ເລືອກເອົາ ຜູ້ບັນທຶກ ຂອງສະມາຄົມ ມາດຕຣາ ໘ ກອງປະຊຸມຫລວງ ໑. ກອງປະຊຸມຫລວງ ຈັດຂຶ້ນ ປີໜຶ່ງ ເທື່ອໜຶ່ງ, ຊຶ່ງນຳພາໂດຍ ປະທານຂອງ ສະມາຄົມ ໒. ການຮຽກເປີດ ກອງປະຊຸມຫລວງ ໂດຍຄະນະບໍລິຫານ ຕ້ອງມີ ລາຍລັກອັກສອນ ຫລື ອີເມລ, ຖ້າວ່າ ສະມາຊິກຮຽກຮ້ອງຕອ້ງການ. ບັດເຊີນ ຕ້ອງສົ່ງກ່ອນເປີດປະຊຸມ ຢ່າງໜ້ອຍທີ່ສຸດ ສີ່ອາທິດ, ຢູ່ໃນນັ້ນ ຕ້ອງແຈ້ງລາຍການ ຂອງກອງປະຊຸມ ໃຫ້ສະມາຊິກຮັບຮູ້ນຳ. ການກຳນົດເວລາ ແມ່ນເລີ້ມແຕ່ມື້ຕໍ່ມາ ຫລັງ ຈາກ ສົ່ງບັດເຊີນ, ເອົາມື້ ໄປສະນີ ຈ້ຳກາເປັນຫລັກ. ບັດເຊີນຖືວ່າ ຮອດສະມາຊິກ, ຖ້າວ່າ ບັດເຊີນ ໄດ້ສົ່ງ ຫາ ສະມາຊິກ ຄົນສຸດທ້າຍແລ້ວ. ໓. ກອງປະຊຸມຫລວງ ອີງຕາມຫລັກການແລ້ວ ມີໜ້າທີ່ຮັບຜິດຊອບ ທຸກວຽກງານ, ເປັນອົງການ ຕັດສິນແລະຕົກລົງສູງສຸດ ຂອງສະມາຄົມ, ຖ້າວ່າ ຢູ່ໃນກົດບັນຍັດນີ້ ບໍ່ໄດ້ຂຽນບອກ ໃຫ້ອົງການໃດໜຶ່ງ ຂອງສະມາຄົມ ເປັນຜູ້ຕັດສິນຕົດລົງ ໔. ກອງປະຊຸມຫລວງ ຕັດສິນຕົກລົງ ອີງຕາມສຽງສ່ວນຫລາຍກາຍເຄິ່ງ. ຖ້າມີສຽງຈາວກັນ ຖືວ່າຜ່ານບໍ່ໄດ້ ໕. ກອງປະຊຸມຫລວງ ທີ່ເປີດຂຶ້ນຖືກຕ້ອງຕາມກົດບັນຍັດ ມີສິດຕັດສິນແລະຕົກລົງ, ໂດຍບໍ່ອິງໃສ່ ຈຳນວນພົນ ຂອງສະມາຊິກ ທີ່ເຂົ້າຮ່ວມກອງປະຊຸມ. ສະມາຊິກແຕ່ລະຄົນ ມີແຕ່ສຽງດຽວ ໖. ກອງປະຊຸມຫລວງວິສາມັນ ຈະເປີດຂື້ນໄດ້, ຖ້າວ່າ ໜຶ່ງສ່ວນສາມ ຂອງສະມາຊິກຮຽກຮ້ອງຕ້ອງການ, ແຕ່ ຕ້ອງເປັນລາຍລັກອັກສອນມີຈຸດປະສົງ ແລະເຫດຜົນ ຫລືວ່າ ກ່ຽວຂອ້ງກັບ ສິດຜົນປະໂັຍດ ຂອງສະມາຄົມ ໗. ກອງປະຊຸມຫລວງ ຕ້ອງມີບົດບັນທຶກ, ຊຶ່ງ ເຊັນໂດຍ ປະທານ ແລະຜູ້ບັນທຶກ ຂອງສະມາຄົມ ມາດຕຣາ ໙ ການປ່ຽນແປງກົດບັນຍັດ ໑. ການປ່ຽນແປງກົດບັນຍັດ ແມ່ນຕ້ອງການສຽງ ສາມສ່ວນສີ່ຂອງສະມາຊິກ ທີ່ເຂົ້າຮວ່ມກອງປະຊຸມ. ການປຽ່ນແປງກົດບັນຍັດ ຈະລົງມະຕິໄດ້, ໃນເມື່ອ ລາຍການຂອງກອງປະຊຸມ ທີ່ຂຽນຢູ່ໃນບັດເຊີນ ໄດ້ມີ ການບົ່ງບອກຄັກແນ່. ໒. ການປຽ່ນແປງກົດບັນຍັດ ໃຫ້ຖືກຕາມແບບຂອງ ຫ້ອງການ ຕິດຕາມ, ສານ ຫລືວ່າ ຫ້ອງການການເງິນ ນັ້ນ ທາງຄະນະບໍລິຫານ ສາມາດເຮັດດ້ວຍຕົນເອງໄດ້. ແຕ່ວ່າ ການປຽ່ນແປງນີ້ ຕ້ອງແຈ້ງເປັນລາຍລັກອັກສອນ ໃຫ້ສະມາຊິກທຸກຄົນຮັບຮູ້ນຳ. ມາດຕຣາ ໑໐ ງົບປະມານ, ການຄັງ ໑. ການວາງແຜນ ງົບປະມານ ແມ່ນຢູ່ໃນຄວາມຮັບຜິດຊອບ ຂອງຄະນະບໍລິຫານ ໒. ການໃຊ້ຈາ່ຍຕ່າງໆ, ຄະນະບໍລິຫານ ຕ້ອງມີໃບບົງ. ຢູ່ໃນກອງປະຊຸມຫລວງປະຈຳປີ ປະທານຕ້ອງແຈ້ງ ບົດສະຫລຸບການເງິນ ໃຫ້ກອງປະຊຸມຮັບຮູ້ນຳ ໓. ປະທານ ແລະຮອງປະທານ ມີໜ້າທີ່ຮັບຜິດຊອບ ເຮັດໃຫ້ງົບປະມານ ຂອງສະມາຄົມ ສົມດູນ. ສະມາຄົມ ວາງແຜນການ ງົບປະມານ ແຕ່ໃນ ຂອບເຂດລາຍໄດ້ ທີ່ຕົນມີ. ຫ້າມບໍ່ໃຫ້ມີ ການກູ້ຢືມເງິນ, ເຖິງຈະເປັນ ເວລາສັ້ນກໍ່ຕາມ. ໔. ກອງປະຊຸມຫລວງ ເປັນຜູ້ເລືອກເອົາ ຜູ້ກວດກາການເງິນ ຜູ້ໜຶ່ງ, ຊຶ່ງຜູ້ກຽ່ວບໍ່ໄດ້ສັງກັດຢູ່ໃນ ຄະນະບໍລິຫານ ໂດຍອີງຕາມສຽງສ່ວນຫລາຍກາຍເຄິ່ງ ຂອງສະມາຊິກທີ່ມີສຽງ. ຜູ້ກວດກາການເງິນ ເປັນຜູ້ກວດກາ ຄວາມ ຖືກຕ້ອງ ຂອງການຄິດໄລ່ບັນຊີ ແລະບົດສະຫລຸບການເງິນ ມາດຕຣາ ໑໑ ສັບສິນຂອງສະມາຄົມ ໑. ສົບສິນ ຂອງສະມາຄົມ ໃຊ້ໄດ້ແຕ່ ໃນຈຸດປະສົງ ທີ່ຖືກຕ້ອງຕາມ ກົດບັນຍັດເທົ່ານັ້ນ ໒. ສັບສິນ ຂອງສະມາຄົມ ໄດ້ມາຈາກ ເງິນບຳລຸງຂອງສະມາຊິກ, ການບໍລິຈາກ ແລະການເຄື່ອນໄຫວຕາ່ງໆ ຂອງ ສະມາຄົມ ໓. ສະມາຊິກ ຈະບໍ່ໄດ້ຮັບເງິນຊ່ວຍເຫລືອ ຈາກສະມາຄົມ ໔. ບໍ່ມີໃຜສາມາດຈ່າຍເງິນ ທີ່ບໍ່ສອດຄ່ອງຕາມຈຸດປະສົງ ຂອງສະມາຄົມ ຫລືວ່າ ໄດ້ຮັບເງິນສູງ ເກີນກາຍ ຂອບເຂດທີ່ກຳນົດໃວ້ ໕. ເງິນບຳລຸງ ຂອງສະມາຊິກ ຕົ້ນຕໍແມ່ນໃຊ້ເຂົ້າໃນ ການຈັດຕັ້ງບໍລິຫານ ສະມາຄົມ ໖. ຄວາມສິ້ນເປືອງ ຂອງການຈັດຕັ້ງບໍລິຫານ ປະກອບດ້ວຍ: ການໃຊ້ຈ່າຍທີ່ຈຳເປັນ ຂອງຄະນະບໍລິຫານ ໃນຂອບເຂດຂອງ ສະມາຄົມ, ການບໍລິຫານ ສະມາຄົມ. ໃນກອງປະຊຸມຫລວງປະຈຳປີ ຄະນະ ຕ້ອງມີການສະຫລຸບ ການໃຊ້ຈ່າຍ ເງິນບຳລຸງ ໄປຄຽງຄູ່ກັບການ ສະຫລຸບການເງິນ ຂອງສະມາຄົມ ໗. ເງິນບຳລຸງ ຂອງສະມາຊິກ, ຖ້າບໍ່ໄດ້ໃຊ້ ໃນການຈັດຕັ້ງບໍລິຫານ ກໍ່ສາມາດໃຊ້ ໃນວຽກງານອື່ນໄດ້, ແຕ່ວ່າ ກອງປະຊຸມຫລວງ ຈະຕອ້ງເປັນຜູ້ຕັດສິນ ໃຫ້ຖືກຕອ້ງຕາມ ກົດບັນຍັດ ມາດຕຣາ ໑໒ ສະມາຊິກຜູ້ຊົງຄຸນວຸດທິ ໑. ຄະນະ ສາມາດສະເໜີ ຜູ້ທີ່ມີຄຸນງາມຄວາມດີ ຕໍ່ສະມາຄົມ ແລະຕໍ່ຈຸດປະສົງເປົ້າໝາຍ ຂອງສະມາຄົມ ໃຫ້ ກອງປະຊຸມຫລວງ ເປັນຜູ້ຕັດສິນຕົກລົງ ແຕ່ງຕັ້ງ ຜູ້ກຽ່ວ ໃຫ້ເປັນ ສະມາຊິກຜູ້ຊົງຄຸນວຸດທິ ໄດ້. ໒. ສະມາຊິກຜູ້ຊົງຄຸນວຸດທິ ບໍ່ໄດ້ຈ່າຍເງິນບຳລຸງ, ມີສິດເຂົ້າຮ່ວມ ກອງປະຊຸມຫລວງ ແຕຈະມີສຽງມະຕິໄດ້, ກໍ່ຕໍ່ເມື່ອ ເວລາທີ່ຖືກ ແຕ່ງຕັ້ງນັ້ນ ກໍ່ຍັງເປັນ ສະມາຊິກທຳມະດາຢູ່ ມາດຕຣາ ໑໓ ການຍຸບສະມາຄົມ ແລະ ການສຳລະສັບສົມບັດ ໑. ການຕົກລົງຍຸບ ສະມາຄົມ ແມ່ນຕ້ອງການສຽງເຫັນດີ ສາມສ່ວນສີ່ ຂອງຜູ້ທີ່ເຂົ້າຮ່ວມ ກອງປະຊຸມຫລວງ. ການຕົກລົງນີ້ ຕ້ອງແຈ້ງໃຫ້ ສະມາຊິກ ຮັບຮູ້ກອ່ນທັນເວລາ ຢູ່ໃນບັດເຊີນ ທີ່ເຊີນເຂົ້າຮ່ວມ ປະຊຸມຫລວງ ໒. ເວລາ ສະມາຄົມ ຖືກຍຸບ ຫລື ເວລາ ຈຸດປະສົງເປົ້າໝາຍຍົກເວັ້ນພາສີ ຖືກຕັດອອກ, ສັບສົມບັດ ຈະຕ້ອງເອົາ ໄປໃຊ້ ໃນ ຈຸດປະສົງເປົ້າໝາຍຍົກເວັ້ນພາສີ. ຖ້າໄດ້ຮັບອະນຸຍາດ ຈາກຫອ້ງການການເງິນແລ້ວ ຈຶ່ງສາມາດ ຕັດສິນຕົກລົງໃຊ້ ສັບສົມບັດຂອງສະມາຄົມ ສະບັບນີ້ ທີ່ຖືກດັດແກ້ ທີ່ Hittistetten, den 04. Juli. 2009 |