ກຳພ້າຜີນ້ອຍ
ຕອນທີ່ ໑
*ມາເຍີ ມາຟັງຖ້ອຍ ຊຳມະແຈະ
ຈັກຂໍຈາຣ ຂຽນແປະ ສາຣໄວ້
ທ່ານໃດສົນ ເຊິນແວະ ມາອ່ານ
ໃຫ້ສຳຣານ ສຸຂໃຈ ເມື່ອໄດ້ ນັ່ງຟັງ
*ມື້ນີ້ຈັກ ຈາຕ້ານ ກຳພ້າ ຜີນ້ອຍ
ຕາມທີ່ຂ້ອຍ ເຄີຍຟັງ ແມ່ເວົ້າ
ທ້າວກຳພ້າ ແຕ່ນ້ອຍ ເກົ້າປີ
ພໍ່ແມ່ຕາຍ ຖິ້ມເຂົາ ໄວ້ດຽວ ເອກາ
*ຫມົດບຸນພໍ່ແມ່ ນີ້ ທຸກຂ໌ຫຼາຍ
ຈັກເຊຊັງ ບ່າຍຫນ້າ ຫາຊົ້ນ
ຈຳຝືນຕົນ ສູ້ຕາຍ ຍັງຊີພ
ແມ້ນທາງຕີບ ແຄ່ນຄົ້ນ ໄປ່ພົ້ນ ທົນເອົາ
*ທ້າວຊອກງານ ລ້ຽງຊີພ ສືບມື້
ວຽກງານເປັນຕື້ ເຂົາ ຂົ່ມເຫງ
ບໍ່ມີເກງ ປານກະບື ໂຕນື່ງ
ເຫມິດທີ່ເພິ່ງ ຖືກເລັ່ງ ເຄັງສຽງ ດ່າວ່າ
ຕອນທີ່ ໒
*ກາລຕໍ່ມາ ມື້ນື່ງ ທ້າວນືກ ສົງສັຍ
ເຖິງໄຮ່ຕົນ ຈືງຈາ ຖາມ ພໍ່ຕູ້
ຄັ້ງພໍ່ແມ່ ອາສັຍ ເຄິຍມີ
ແລ້ວຕອນນີ້ ບໍ່ຮູ້ ນານັ້ນ ຢູ່ໃສ?
*ພໍ່ຕູ້ວ່າ ບໍ່ມີ ນານັ້ນ ໄປ່ເຫລືອ
ຂາຍມາເຈືອ ປົວໄຂ້ ແມ່ພໍ່
ທຸກຂ໌ກະດໍ້ ກິນເກືອ ຫລານເອີຍ
ອິນດູເຈົ້າ ແທ້ນໍ ມາພໍ່ ສິຊ່ອຍ
*ແຕ່ຂ້ອຍຍັງຫນຸ່ມ ເຄີຍ ເຂົ້າປ່າ
ຖາງຈອງນາ ຜັດປ່ອຍ ປະມ້າງ
ຍ້ອນຜີສາງ ກວນຂ້າຯ ບໍ່ເຊົາ
ເນົາບໍ່ໄດ້ ເລີຍຮ້າງ ຊັ້ນແລ້ວ
*ຫາກຫຼານມັກ ຈັກເອົາ ປູ່ໃຫ້ ສົນບໍ່?
ບໍ່ຕ້ອງມີ ຄຳແກ້ວ ມາແລກ
ຂ້ອຍແຈກໃຫ້ ຢ່າທໍ້ ທຳກິນ
ຢູ່ຕ່າງຖິ່ນ ດິນແປກ ພັຍມາກ ຍາກຫນາ
ຕອນທີ່ ໑
*ມາເຍີ ມາຟັງຖ້ອຍ ຊຳມະແຈະ
ຈັກຂໍຈາຣ ຂຽນແປະ ສາຣໄວ້
ທ່ານໃດສົນ ເຊິນແວະ ມາອ່ານ
ໃຫ້ສຳຣານ ສຸຂໃຈ ເມື່ອໄດ້ ນັ່ງຟັງ
*ມື້ນີ້ຈັກ ຈາຕ້ານ ກຳພ້າ ຜີນ້ອຍ
ຕາມທີ່ຂ້ອຍ ເຄີຍຟັງ ແມ່ເວົ້າ
ທ້າວກຳພ້າ ແຕ່ນ້ອຍ ເກົ້າປີ
ພໍ່ແມ່ຕາຍ ຖິ້ມເຂົາ ໄວ້ດຽວ ເອກາ
*ຫມົດບຸນພໍ່ແມ່ ນີ້ ທຸກຂ໌ຫຼາຍ
ຈັກເຊຊັງ ບ່າຍຫນ້າ ຫາຊົ້ນ
ຈຳຝືນຕົນ ສູ້ຕາຍ ຍັງຊີພ
ແມ້ນທາງຕີບ ແຄ່ນຄົ້ນ ໄປ່ພົ້ນ ທົນເອົາ
*ທ້າວຊອກງານ ລ້ຽງຊີພ ສືບມື້
ວຽກງານເປັນຕື້ ເຂົາ ຂົ່ມເຫງ
ບໍ່ມີເກງ ປານກະບື ໂຕນື່ງ
ເຫມິດທີ່ເພິ່ງ ຖືກເລັ່ງ ເຄັງສຽງ ດ່າວ່າ
ຕອນທີ່ ໒
*ກາລຕໍ່ມາ ມື້ນື່ງ ທ້າວນືກ ສົງສັຍ
ເຖິງໄຮ່ຕົນ ຈືງຈາ ຖາມ ພໍ່ຕູ້
ຄັ້ງພໍ່ແມ່ ອາສັຍ ເຄິຍມີ
ແລ້ວຕອນນີ້ ບໍ່ຮູ້ ນານັ້ນ ຢູ່ໃສ?
*ພໍ່ຕູ້ວ່າ ບໍ່ມີ ນານັ້ນ ໄປ່ເຫລືອ
ຂາຍມາເຈືອ ປົວໄຂ້ ແມ່ພໍ່
ທຸກຂ໌ກະດໍ້ ກິນເກືອ ຫລານເອີຍ
ອິນດູເຈົ້າ ແທ້ນໍ ມາພໍ່ ສິຊ່ອຍ
*ແຕ່ຂ້ອຍຍັງຫນຸ່ມ ເຄີຍ ເຂົ້າປ່າ
ຖາງຈອງນາ ຜັດປ່ອຍ ປະມ້າງ
ຍ້ອນຜີສາງ ກວນຂ້າຯ ບໍ່ເຊົາ
ເນົາບໍ່ໄດ້ ເລີຍຮ້າງ ຊັ້ນແລ້ວ
*ຫາກຫຼານມັກ ຈັກເອົາ ປູ່ໃຫ້ ສົນບໍ່?
ບໍ່ຕ້ອງມີ ຄຳແກ້ວ ມາແລກ
ຂ້ອຍແຈກໃຫ້ ຢ່າທໍ້ ທຳກິນ
ຢູ່ຕ່າງຖິ່ນ ດິນແປກ ພັຍມາກ ຍາກຫນາ