Picture
© AFP/FIFA.com
"Ich sehe ganz deutlich, dass wir große Fortschritte gemacht haben", so der Kapitän [...]. "Wir haben gezeigt, dass wir auch größeren Teams wie Indonesien, Malaysia und Singapur einen großen Kampf liefern können." 
Die laotische Fußballnationalmannschaft konnte sich als Gruppenzweiter - direkt hinter Myanmar - für den diesjährigen AFF Suzuki Cup qualifizieren. Unter der Leitung von ausländischen Trainern im Laufe der letzten Jahre behauptete sich das Team zwar immer wieder gegen seine Gegner,  doch  die gezielte Umstellung auf eine junge Mannschaft sowie einem auf Ballbesitz basierenden Spielstil, angeführt von Coach Kokichi Kimura aus Japan, scheint deutlich vielversprechend und zeigt das Potenzial des laotischen Fußballs in Bezug auch auf die Zukunft auf. 


Zum Originalartikel inkl. Spielergebnissen 
gelangen Sie auf folgenden Links:
ລາວມີຄວາມກ້າວໜ້າ ໃນວົງການເຕາະບານ. ບໍ່ພຽງແຕ່ ໄດ້ເປັນທີ່ສອງ ຢູ່ໃນສາຍ ຂອງຂັນ AFF Suzuki Cup ເທົ່ານັ້ນ ຢູໃນ ລຳດັບຂອງ FIFA/Coca Cola ລາວຍັງກ້າວຂື້ນອີກ 16 ຂັ້ນ, ເຮັດໃຫ້ລາວໃນປະຈຸບັນ ຈັດເຂົ້າຢູ່ໃນທີ່ 177. 

ຜົນສຳເລັດດັ່ງກ້າວ ແມ່ນຍ້ອນວ່າລາວ ໄດ້ນຳເອົາຄູຝຶກຂອງຕ່າງປະເທດ ເຂົ້າມາຝຶກຊ້ອມ ເຊັ່ນ: ປີ 2010 ແມ່ນຄູຝຶກຄົນໂອຕິຣດ ທ່ານ Alfred Riedl, ຫຼັງຈາກນັ້ນບໍ່ດົນ ກໍ່ໍ່ແມ່ນ  ຄູຝຶກຄົນອັງກິດ ທ່ານ David Booth, ຊຶ່ງເຮັດໃຫ້ລາວ ໄດ້ມີຄະແນນ ການແຂ່ງ ທີ່ດີຂື້ນ. ປີ 2011 ທ່ານ Hans-Peter Schaller ຄູຝຶກຄົນບ້ານດຽວ ກັບທ່ານ Riedle ໄດ້ເຂົ້າໄປກຳກັບ ແລະນຳພາ ທິມເຕະບານລາວ ຊີງເຂົ້າໄປຢູ່ໃນຮອບ ກ່ອນຈະແຂ່ງຂັນ ເຂົ້າງານເຕະບານໂລກ ປີ 2014 ທີ່ປະເທດ ບຣາຊິນ. ປະຈຸບັນນີ້ ແມ່ນຄູຝຶກຄົນຍີ່ປຸ່ນ ທ່ານ Kimura ຊຶ່ງເຄີຍເປັນຄູຝຶກຂອງ ທິມ Yokohama F. Marinos. ໃຕ້ການນຳພາຂອງທ່ານ Kimura ໄດ້ມີການຊັບຊ້ອນທິມໃໝ່ດີກ່ອນເກົ່າ, ການຫຼິ້ນ ແມ່ນອີງໃສ່ການຈັບບານ, ສົ່ງບານໄກ້ໃຫ້ແໜ້ນ ແລະ ໄວ. ນັກຫຼິ້ນ ທ. ວິໃສ ພາບພູວະນິນ ມອງໄປໃນອານະຄົດ ດ້ວຍຄວາມເຊື່ອໝັ້ນ ແລະເວົ້າວ່າ: ຂ້ອຍເຫັນວ່າ ພວກເຮົາມີຄວາມກ້າວໜ້າຫຼາຍ.

ຖ້າສົນໃຈ ກະລຸນນາ ກົດເບິ່ງຢູ່ທີ່ Links ລຸ່ມນີ້:

 
Picture
© thesecondgreenrevolution.com
"Laut einer Studie der Welternährungsorganisation FAO essen rund 95 Prozent der [laotischen]Bevölkerung Insekten."
Insekten als Delikatesse? Unvorstellbar in einer Gesellschaft, die so reich an Nahrungsmitteln ist, dass das meiste schon wieder im Müll landet.
Doch für Milliarden Hungerleidende könnte die gezielte Insektenzucht die Lösung sein, denn sie wäre nicht nur billiger und nachhaltiger als Fleisch, sondern auch sehr  gesund, da Insekten reich an Proteinen, Vitaminen und Mineralien sind. Zudem  würden sie den "stillen Hunger" bekämpfen, der nicht nur aufgrund fehlendem  Essens, sondern vielmehr aufgrund einer einseitigen Kost entsteht. 

Die Welternährungsorganisation FAO startete deshalb gemeinsam mit der laotischen Regierung und Spezialisten eine Kampagne namens „Humans Bite Back“ (dt. Menschen beißen zurück), um die  Bevölkerung „über den Nährwert der Tiere informieren und arme Bauern zu Insektenfarmern umschulen“. Es ist das weltweit erste Projekt dieser Art. Die erste Phase, die im Frühjahr 2012 endete, erhielt knapp eine halbe Millionen Dollar Untersützung von der UN.

An der agrarwissenschaftlichen Fakultät der Universität Laos wurde im Auftrag der FAO sogar ein Labor eingerichtet, welches die besten Insektenarten, Futtermischungen  und Bedingungen einer Insektenzucht untersuchen soll.
Während in 2010 nur wenige Laoten Insekten züchteten, sind es nach Schätzungen der FAO heute weit mehr als hundert. 

Falls das Konzept aufgehen sollte, könnten sich in der Zukunft viele Nachahmer finden. Das Welternährungsprogramm der UN und die japanische Organisation für Entwicklungszusammenarbeit hätten bereits Interesse an der Kampagne bekundet.

ຢູ່ໃນສັງຄົມໜຶ່ງ ທີ່ມີອາຫານພຽງພໍ, ສ່ວນມາກ ອາຫານທີ່ເຫືລອ ຈະຖືກຖີ້ມລົງຖັງຂີ້ເຫື້ຍອ. ຈະເອົາແມງໄມ້ມາເປັນອາຫານຜິເສດ? ເປັນໄປບໍ່ໄດ້ເດັດຂາດ.
ແຕ່ວ່າສຳຫັລບມະນຸດທີ່ຂາດອາຫານເປັນຈຳນວນຕື້ໆ
ຄົນ,ການລ້ຽງແມງໄມ້ ກໍ່ສາມາດເປັນທາງອອກທີ່ດີ
ທາງໜຶ່ງ. ມັນບໍ່ພຽງແຕ່ມີລາຄາຖືກ ແລະໝັ້ນຄົງ
ກ່ວາຊີ້ນ ແຕ່ຍັງດີສຳຫັລບສຸຂະພາບ, ເພາະວ່າ ໃນແມງໄມ້ມີວິຕາມິນ, ໂປຣເຕອິນ ແລະທາດເກືອແຮ່
ຈ່ານບັນຈຸຢູ່ຫລາຍ. ນອກຈາກນັ້ນ ມັນຍັງບັນເທົາ
ຄວາມອຶດຫິວບໍ່ພຽງແຕ່ເກີດມາຈາກການຂາດສະບຽງ
ອາຫານ ແຕ່ສ່ວນຫລາຍມາຈາກການຮັບປະທານແຕ່
ອາຫານປະເພດດຽວ.

ດ້ວຍເຫດຜົນເທິງນີ້ ອົງການອາຫານໂລກ FAO ໄດ້ຮ່ວມມືກັບລັດຖະບານລາວ ແລະນັກຊ່ຽວຊານ ເປີດໂຄງການທີ່ມີຊື່ວ່າ: „Humans Bite Back“ (lao. ມະນຸດກັດກິນຄືນ) ເພື່ອອະທິບາຍເຖິງ ຄຸນຄ່າຂອງ
ທາດຫຼໍ່ລ້ຽງທີ່ມີຢູ່ໃນແມງໄມ້ ແລະສິດສອນວິທີຕັ້ງຟາມ
ລ້ຽງແມງໄມ້ໃຫ້ຊາວນາຜູ້ທຸກຈົນ. ນີ້ແມ່ນໂຄງ
ການທຳອິດຢູ່ໃນໂລກ. ຂັ້ນທຳອິດຂອງໂຄງການ ແມ່ນສຳເລັດໃນຕົ້ນປີ 2012 ຊື່ງສະຫະປະຊາຊາດ ໄດ້ໃຫ້ການຊ່ວຍເຫຼືອເຖິງປະມານເຄິ່ງລ້ານໂດລາ
ສະຫະລັດ.

ອົງການ FAO ຮ່ວມກັບສະຖາບັນກະເສດຂອງມະຫາວິທະຍາໄລ ໄດ້ຕັ້ງຫ້ອງທົດລອງຂື້ນ ເພື່ອສຶກສາຄົ້ນຄ້ວາ ເລື້ອງເງື່ອນໄຂ ໃນການລ້ຽງແມງໄມ້, ຊະນິດຂອງແມງໄມ້,
ແລະການປະສົມອາຫານຂອງມັນ. 

ອີງຕາມການຕີລາຄາຂອງອົງການ FAO ໃນປີ 2010 ມີຄົນລາວພຽງໜ້ອຍດຽວເທົ່ານັ້ນທີ່ພາກັນລ້ຽງແມງໄມ້ ແຕ່ປະຈຸບັນນີ້ ມີຫຼາຍກ່ວາຮ້ອຍລາຍແລ້ວ.

ຖ້າວ່າໂຄງການນີ້ຫາກປະສົບຜົນສຳເລັດ, ໃນອະນາຄົດ ອາດຈະມີຫຼາຍພວກເຮັດຕາມແບບ. ອົງການສະຫະປະຊາຊາດ ແລະອົງການຮ່ວມມືພັດທະນາຂອງຍີ່ປຸ່ນໄດ້ສະແດງ
ຄວາມສົນໃຈຕໍ່ໂຄງການນີ້.

Hier gelangen Sie zum Originalartikel der ZEIT.
ທີ່ນີ້ແມ່ນບົດຂຽນທີ່ແທ້ຈິງຂອງຄໍລັມນີ້.
 
ສະມາຄົມ ວັດທະນາທຳລາວ ດອກຈຳປາ ຈະຈັດງານສະຫຼອງປີໃໝ່ ພສ 2555 ຂຶ້ນ ໃນວັນທີ 28.04.2012 ທີ່ສະໂມສອນ: 

Martinushaus Pfaffenhofen 
Hermann - Köhl - Str. 7 
89284 Pfaffenhofen

ດັ່ງນັ້ນຈຶ່ງຂໍເຊີນຊວນທຸກໆທ່ານ ເຂົ້າຮ່ວມສະເຫຼີມສະຫຼອງມ່ວນຊື່ນດ້ວຍກັນ. ລາຍການຂອງພວກເຮົາມີດັ່ງນີ້: ບາສີສູ່ຂວັນ, ສະແດງສິນລະປະ ແລະດົນຕີພື້ນເມືອງ, ລາຍການສະແດງຂອງເຍົາວະຊົນ, ອາຫານລາວ ແລະສາກົນ, ວົງດົນຕີບັນເລງ, DJ ເພງລາວແລະສາກົນ ແລະອື່ນໆອີກຫຼາຍໆຢ່າງ.

ຢ່າລືມ ຢ່າພາດ ຫາໂອກາດໃຫ້ໄດ້!!!!!

 
ຍິນດີເຊື່ອເຊີນຕ້ອນຮັບທຸກໆທ່ານທີ່ມີກຽດ 
Sie sind herzlich eingeladen

Outhong Manivong 
Tel: 07309  410235

Anousinh Phothongkham
Tel: 07309  3550

Doungta Panganouvong   
Tel: 07309 927443

Heuangsak Phonsavath   
Tel:  07303 159586

ພວກຂ້າພະເຈົ້າ ສະມາຄົມ ວັດທະນາທຳ
ລາວ ດອກຈຳປາ e.V.   

ມີຄວາມຍິນດີຂໍຖຶເປັນກຽດເຊີນ
ທ່ານເຂົ້າຮ່ວມງານ ຣາຕຣີ ສະໂມສອນ ລະດູ
ແລ້ງປະຈຳປີ 2012. ທີ່ຈະໃດ້ຈັດຂື້ນໃນ
 ວັນເສົາ ກົງກັບວັນທີ່ 04. 08. 2012  ທີ່
ສະໂມສອນຈັດງານບຸນເມືອງໄວແຊັນຮອນ. 

Stadthalle Weißenhorn,
Martin-Kuen-Straße 9 
89264 Weißenhorn.
 
ລາຍການບຸນ:
 
ພາກເຊົ້າ 

  ເລີ່ມແຕ່ ເວລາ 11:00 ໂມງ ຈະມີແຂງຂັນ   
  ເຕາະບານທີ່ ສະໜາມກິລາເມືອງ
  ໄວແຊັນຮອນ.

 ພາກແລງ

  18:00 ໂມງ ປະທານບຸນກ່າວຕ້ອນຮັບແຂກ
  18:30 ໂມງ ເປິດລາຍການມ່ວນຊື່ນຈົນເຖີງ
                ເວລາປິດງານ

ພວກເຮົາທາງສະມາຄົມວັດທະນາທຳລາວ
ດອກຈຳປາມີຟ້ອນພື້ນເມືອງ, ດົນຕຣີພື້ນເມືອງ ແລະ ຄະນະວົງດົນຕຣີ, ຈຳປາ DJ ຈະມາກ່ອມ ອາຣົມ ແລະ ມ່ວນຊຶ່ນໃຫ້ທ່ານຢ່າງເຖິ່ງໃຈ.

ທາງສະມາຄົມວັດທະນາທຳລາວດອກຈຳປາ
ພວກເຮົາມີເຄຶ່ອງດື່ມ ແລະ ອາຫານແຊບໆ
ນົວໆພິເສດໄວ້ຕ້ອນຮັບທ່ານ ລາຄາຜ່ອນຜັນ
ເປັນກັນເອງ.

ຄ່າຜ່ານປະຕູ: ຕອນແລງ ຜູ້ໃຫ່ຍ 5ຢູໂລ.
ເດັກນ້ອຍອາຍຸແຕ່ 12 ເຖິ່ງ 18 ປີ 3 ຢູໂລ,
ເດັກນ້ອຍຮອດ 12 ປີຝຣີ
Der laotische Kulturverein Dokchampa e.V. 

veranstaltet ein Sommerfest  2012.
 Das am Samstag,  den 04.08.2012 ,
 in der 

Stadthalle Weißenhorn,  
Martin-Kuen-Straße. 9 
89264 Weißenhorn 

stattfindet. 

Programm:

Vormittag
Um 11:00 Uhr gibt es ein Fußballturnier auf dem Weißenhorner Fußballstadion.

Abend
Um 18:00 Uhr  Begrüßungsansprache des Vorsitzenden der Veranstaltung

Um 18:30 Uhr Beginn des gemeinsamen Festes

Wir der  Laotische Kulturverein Dokchampa wollen hiermit alle Freunde und Interessenten herzlich einladen.

Wir bieten traditonelle laotische Tänze und Musik , sowie die 
Live-Band “Champa DJ” an und garantieren für beste Unterhaltung.

Wir sorgen für Getränke und für ein 
 Speise, für einen günstigen Preis

Abendeintritt : 
Erwachsene 5   Euro
Kinder  von 12 bis 18  Jahre 3 Euro
Kinder bis  12 Jahre frei
 
 ເປັນທີ່ຮູ້ກັນຄືຂ່າວເສົ້າສະລົດໃຈ ຂອງການເສັຍຊີວິດຂອງ ທ. ຄຳເວດ ມະໂນສິງ ໃນວັນທີ 8.11.2011 ແລະໄດ້ມີພິທີປົງສົບຢູ່ເມືອງ Neuburg,  ເຍັຍລມັນ. 
     ທ. ຄຳເວດ ມະໂນສິງ ໄດ້ຮຽນຈົບຈາກສະຖາບັນເສດຖະສາດ (VSE- Praha
), ສາທາລະນະລັດເຊັກໂກ ໃນປີ 1990.  ໃນນາມຄອບຄົວຂອງທ່ານ ທາງວຽງຈັນໄດ້ຟາກສານຂໍຂອບອົກຂອບໃຈຢ່າງສົດຊື້ງ ມາໃຫ້ສະມາຄົມ
ຂອງພວກເຮົາ, ທີ່ໄດ້ເປັນເຈົ້າພາບ ຈັດພິທີປົກສົບ ຕາມຮີດຄອງປະເພນີລາວໃຫ້ ທ. ຄຳເວດ ຢ່າງສົມກຽດ. 
ພ້ອມນັ້ນທາງຄອບຄົວຍັງໄດ້ຟາກຄວາມຂອບອົກ ຂອບໃຈ ມາຍັງໝູ່ເພື່ອນອາດີດນັກສຶກສາ ແລະເພື່ອນໆທຸກຄົນ
ທີ່ໄດ້ໃຫ້ການບໍລິຈາກຊວ່ຍວັດຖຸ ປັດໃຈ ແລະພວງມາລາ ໃນຄັ້ງນັ້ນດ້ວຽ.
     ສະເພາະພວກເຮົາໃນນາມ ສະມາຄົມວັດທະນາທຳ ລາວ ດອກຈຳປາ ທີ່ເມືອງ ວາຍເຊນຮອນ, ອີກເທ່ືອຫນຶ່ງ ຂໍສະແດງຄວາມ ຂອບໃຈຢ່າງລົ້ນເຫລືອນຳເພື່ອນໆ ສະມາຊິກ ໝູ່ຄູ່ທີ່ໄດ້ເຂົ້າຮ່ວມງານປົງສົບ ແລະບໍລິຈາກປັດໃຈ ໃນຄັ້ງນັ້ນ. ຂໍຂອບໃຈທຸກໆທ່ານ.

ວັນທີ 15.10.2011, ຈັດງານ ນັດພົບອະດີດນັກສຶກສາ ທີ່ເອີຣົບຕາເວັນອອກ
       ສະມາຊິກ ຂອງສະມາຄົມ ວັດທະນາທຳລາວ ດອກຈຳປາ ໄດ້ຮ່ວມມື ກັບບັນດາອະດີດ ນັກສຶກສາລາວ ທີ່ເອີຣົບ
          ຕາເວັນອອກ ຈັດງານພົບປະສັງສັນຂື້ນ.  
           
ວັນທີ 17.09.2011, ເປີດກອງປະຊຸມຫລວງ ຊຸດທີ່ສອງ
       ໃນກອງປະຊຸມຫລວງ ໄດ້ເລືອກເອົາ ຄະນະບໍລິຫານ ຊຸດທີ່ສອງ, ຊຶ່ງມີລາຍຊື່ດັ່ງລຸ່ມນີ້:
          ໑. ທ່ານ ອຸທົງ ມະນີວົງ ເປັນປະທານ
          ໒. ທ່ານ ສົມແກ້ວ ໄຊສົມຫວັງ ເປັນຮອງປະທານ
          ໓. ທ່ານ ສົມເພັດ ໄຊຍະກອນ ເປັນກຳມະການ
          ໔. ທ່ານ ດວງຕາ ປັນຍານຸວົງ ເປັນກຳມະການ
          ໕. ທ່ານ ເຮືອງສັກ ໂພນສະຫວັດ ເປັນກຳມະການ
ວັນທີ 07.05.2011, ຈັດງານບຸນປີໃໝ່ລາວ ທີ່ສະໂມສອນ ຂອງເມືອງວາຍເຊັນຮອນ
          ພາກຕອນເຊົ້າ: ນິມົນຄູບາ ມາຕັກບາດ
       ພາກຕອນແລງ: ມີການຟ້ອນ ແລະສະແດງ ດົນຕຣີພື້ນເມືອງ, ມີການປະກອບສ່ວນ ຟ້ອນແລະເຕັ້ນ ຂອງລູກຫລານ
          ລາວ ທີ່ເກີດໃໝ່ໃຫ່ຍລຸນ ໃນເຢຍລະມັນ, ຫລັງຈາກນັ້ນ ກໍ່ແມ່ນການເປີດເພງ ມ່ວນຊື່ນ ຕາມປະເພນີລາວ.
 ລຸ່ມນີ້ແມ່ນ ໜຶ່ງໃນການສະແດງດົນຕີຣ ພື້ນເມືອງລາວ