ເປັນທີ່ຮູ້ກັນຄືຂ່າວເສົ້າສະລົດໃຈ ຂອງການເສັຍຊີວິດຂອງ ທ. ຄຳເວດ ມະໂນສິງ ໃນວັນທີ 8.11.2011 ແລະໄດ້ມີພິທີປົງສົບຢູ່ເມືອງ Neuburg,  ເຍັຍລມັນ. 
     ທ. ຄຳເວດ ມະໂນສິງ ໄດ້ຮຽນຈົບຈາກສະຖາບັນເສດຖະສາດ (VSE- Praha
), ສາທາລະນະລັດເຊັກໂກ ໃນປີ 1990.  ໃນນາມຄອບຄົວຂອງທ່ານ ທາງວຽງຈັນໄດ້ຟາກສານຂໍຂອບອົກຂອບໃຈຢ່າງສົດຊື້ງ ມາໃຫ້ສະມາຄົມ
ຂອງພວກເຮົາ, ທີ່ໄດ້ເປັນເຈົ້າພາບ ຈັດພິທີປົກສົບ ຕາມຮີດຄອງປະເພນີລາວໃຫ້ ທ. ຄຳເວດ ຢ່າງສົມກຽດ. 
ພ້ອມນັ້ນທາງຄອບຄົວຍັງໄດ້ຟາກຄວາມຂອບອົກ ຂອບໃຈ ມາຍັງໝູ່ເພື່ອນອາດີດນັກສຶກສາ ແລະເພື່ອນໆທຸກຄົນ
ທີ່ໄດ້ໃຫ້ການບໍລິຈາກຊວ່ຍວັດຖຸ ປັດໃຈ ແລະພວງມາລາ ໃນຄັ້ງນັ້ນດ້ວຽ.
     ສະເພາະພວກເຮົາໃນນາມ ສະມາຄົມວັດທະນາທຳ ລາວ ດອກຈຳປາ ທີ່ເມືອງ ວາຍເຊນຮອນ, ອີກເທ່ືອຫນຶ່ງ ຂໍສະແດງຄວາມ ຂອບໃຈຢ່າງລົ້ນເຫລືອນຳເພື່ອນໆ ສະມາຊິກ ໝູ່ຄູ່ທີ່ໄດ້ເຂົ້າຮ່ວມງານປົງສົບ ແລະບໍລິຈາກປັດໃຈ ໃນຄັ້ງນັ້ນ. ຂໍຂອບໃຈທຸກໆທ່ານ.

ວັນທີ 15.10.2011, ຈັດງານ ນັດພົບອະດີດນັກສຶກສາ ທີ່ເອີຣົບຕາເວັນອອກ
       ສະມາຊິກ ຂອງສະມາຄົມ ວັດທະນາທຳລາວ ດອກຈຳປາ ໄດ້ຮ່ວມມື ກັບບັນດາອະດີດ ນັກສຶກສາລາວ ທີ່ເອີຣົບ
          ຕາເວັນອອກ ຈັດງານພົບປະສັງສັນຂື້ນ.  
           
ວັນທີ 17.09.2011, ເປີດກອງປະຊຸມຫລວງ ຊຸດທີ່ສອງ
       ໃນກອງປະຊຸມຫລວງ ໄດ້ເລືອກເອົາ ຄະນະບໍລິຫານ ຊຸດທີ່ສອງ, ຊຶ່ງມີລາຍຊື່ດັ່ງລຸ່ມນີ້:
          ໑. ທ່ານ ອຸທົງ ມະນີວົງ ເປັນປະທານ
          ໒. ທ່ານ ສົມແກ້ວ ໄຊສົມຫວັງ ເປັນຮອງປະທານ
          ໓. ທ່ານ ສົມເພັດ ໄຊຍະກອນ ເປັນກຳມະການ
          ໔. ທ່ານ ດວງຕາ ປັນຍານຸວົງ ເປັນກຳມະການ
          ໕. ທ່ານ ເຮືອງສັກ ໂພນສະຫວັດ ເປັນກຳມະການ
ວັນທີ 07.05.2011, ຈັດງານບຸນປີໃໝ່ລາວ ທີ່ສະໂມສອນ ຂອງເມືອງວາຍເຊັນຮອນ
          ພາກຕອນເຊົ້າ: ນິມົນຄູບາ ມາຕັກບາດ
       ພາກຕອນແລງ: ມີການຟ້ອນ ແລະສະແດງ ດົນຕຣີພື້ນເມືອງ, ມີການປະກອບສ່ວນ ຟ້ອນແລະເຕັ້ນ ຂອງລູກຫລານ
          ລາວ ທີ່ເກີດໃໝ່ໃຫ່ຍລຸນ ໃນເຢຍລະມັນ, ຫລັງຈາກນັ້ນ ກໍ່ແມ່ນການເປີດເພງ ມ່ວນຊື່ນ ຕາມປະເພນີລາວ.
 ລຸ່ມນີ້ແມ່ນ ໜຶ່ງໃນການສະແດງດົນຕີຣ ພື້ນເມືອງລາວ