ອາຫານລາວ
ໂດຍ: ດວງປັນຍາ
*ອົດໃຈລໍ ຂໍອີກໜອ້ຍທີ
ແລ້ວເຮົາຈະມີ ມີຊີວິດໃໝ່
ຜົນງານນ້ອຍ ແຕ່ຂ້ອຍພູມໃຈ
ອົດທົນໄປ ຜົນໄດ້ແນ່ນອນ
*ຢູ່ຕ່າງແດນ ມັນແສນລຳບາກ
ອົດທົນຍາກ ຈຶ່ງໄດ້ເປັນຜົນ
ຢູ່ບ້ານອື່ນ ຕ້ອງຕົນເພຶ່ງຕົນ
ເກີດເປັນຄົນ ຕ້ອງເພຶ່ງໂຕເອງ
*ອາຫານລາວ ນັ້ນບໍ່ໜ້ອຍໜ້າ
ເຂົາບອກວ່າ ອາຫານລາວແຊບດີ
ຖືເມືອບ້ານ ກິນກັບທໍ່ກໍ່ມີ
ແຊບອີຫລີ ອາຫານລາວນີ້ເອີຍ
*ແຂກຕ່າງແດນ ໜາແໜ້ນລໍຖ້າ
ເຂົາຕັ້ງໜ້າ ມາຊ່ວຍອຸດໜູນ
ເບິ່ງຜູ້ໃດ ກໍ່ອ້ວນທ້ວນສົມບູນ
ເຂົາມາອຸດໜູນ ເຮົາເປັນປະຈຳ
*ແດນສະຫວັນ ນັ້ນບໍ່ໄກດອກ
ເຮົາຂໍບອກ ເພື່ອນມິດສະຫາຍ
ແດນສະຫວັນ ບໍ່ໄກບໍ່ໄກ້
ເຮົາທຳໄດ້ ດ້ວຍຕົວເຮົາເອງ
ໂດຍ: ດວງປັນຍາ
*ອົດໃຈລໍ ຂໍອີກໜອ້ຍທີ
ແລ້ວເຮົາຈະມີ ມີຊີວິດໃໝ່
ຜົນງານນ້ອຍ ແຕ່ຂ້ອຍພູມໃຈ
ອົດທົນໄປ ຜົນໄດ້ແນ່ນອນ
*ຢູ່ຕ່າງແດນ ມັນແສນລຳບາກ
ອົດທົນຍາກ ຈຶ່ງໄດ້ເປັນຜົນ
ຢູ່ບ້ານອື່ນ ຕ້ອງຕົນເພຶ່ງຕົນ
ເກີດເປັນຄົນ ຕ້ອງເພຶ່ງໂຕເອງ
*ອາຫານລາວ ນັ້ນບໍ່ໜ້ອຍໜ້າ
ເຂົາບອກວ່າ ອາຫານລາວແຊບດີ
ຖືເມືອບ້ານ ກິນກັບທໍ່ກໍ່ມີ
ແຊບອີຫລີ ອາຫານລາວນີ້ເອີຍ
*ແຂກຕ່າງແດນ ໜາແໜ້ນລໍຖ້າ
ເຂົາຕັ້ງໜ້າ ມາຊ່ວຍອຸດໜູນ
ເບິ່ງຜູ້ໃດ ກໍ່ອ້ວນທ້ວນສົມບູນ
ເຂົາມາອຸດໜູນ ເຮົາເປັນປະຈຳ
*ແດນສະຫວັນ ນັ້ນບໍ່ໄກດອກ
ເຮົາຂໍບອກ ເພື່ອນມິດສະຫາຍ
ແດນສະຫວັນ ບໍ່ໄກບໍ່ໄກ້
ເຮົາທຳໄດ້ ດ້ວຍຕົວເຮົາເອງ