• Home ໜ້າທຳອິດ
  • Über uns ກ່ຽວກັບເຮົາ
    • Aktivitäten ການເຄື່ອນໄຫວ
    • Satzung ກົດບັນຍັດ
    • Presse ຂ່າວດອກຈຳປາ
  • Laos ກ່ຽວກັບລາວ
    • Kultur ວັດທນທຳ>
      • Kulinarisches ອາຫານລາວ
      • Lyrik ກອບກອນ
  • Fotos ຮູບພາບ
    • Dok Champa ດອກຈຳປາ
    • Laos ລາວ
    • Deutschland ເຢຍລະມັນ
  • Sonstiges ປະສົມ
    • Links ເຊື່ອມຕໍ່ເວບອື່ນ
    • Restaurants ຮ້ານອາຫານ
    • ສາລະທີ່ຄວນຮູ້
    • ສາລະທີ່ບໍ່ຄວນຮູ້
  • Blog ບລອກ
  • Kontakt ຕິດຕໍ່
                                                ປະຫວັດ​ປີ​​ໃໝ່ລາວ ປີ ພ.ສ. 2555

ສະເນີໂດຍ: ອຸທົງ ມະນິວົງ

ປີ​ໃໝ່​ລາວ​ ຕາມ​ປົກກະຕິ​ແລ້ວ ຈະ​ຕົກ​ຖືກ​ໃນ​ເດືອນ​ເມສາ​ ​ທຸກໆ​ປີ ຄື​​ໃນ​ລະ​ວ່າງ​ວັນ​ທີ່ 12 ຫາ ວັນ​ທີ່ 16 ​ເມສາ​ຂອງ​ທຸກໆ​ປີ​ບໍ່​ກາຍ.  ປີ​ນີ້ ປີ​ໃໝ່​ລາວ​ຕົກ​ຖຶກ​ແຕ່​ວັນ​ທີ່ 13 ຫາ​ວັນ​ທີ່ 15 ​ເມສາ. 
    ປີ​ໃໝ່​ລາວ​ເປັນ​ປະເພນີ​ທີ່​ປະຕິບັດ​ກັນ​ມາ​ຕາມ​ຮິດ 12 ຄື: ຮິດຄອງ​ຕາມ​ເດືອນ ​ເຊັ່ນ​ເດືອນ 1 ​ເດືອນຈຽງ ຫລື​ເດືອນ​ອ້າຍ ມີ​ບຸນ​ເຂົ້າ​ກັມ​ຂອງ​ພຣະສົງ. ​ເດືອນ​ຍີ່(ເດືອນ 2) ບຸນ​ຄູນ​ລານ​ເຂົ້າ. ​ເດືອນ 3 ບຸນ​ເຂົ້າ​ຈີ່, ບຸນ​ມາຄະ​ລະ​ບູຊາ. ​ເດືອນ 4 ບຸນ​ມະຫາຊາດ (ບຸນ​ພະ​ເວດ). ​ເດືອນ 5 ບຸນປີ​ໃໝ່​ລາວ ​ແລະ ຕໍ່ໆ​ໄປ.
    ປີ​ນີ້​ເປັນ​ປີ​ມະໂຣງ(ງູໃຫຍ່) ​ເປັນ​ປີ​ທີ່ 5 ຊື່​ງ​ເພ່ືອນນັບ​ມາ​ແຕ່​ປີ​ຊວດ(ໜູ), ສລຸ(ງົວ), ຂານ(​ເສືອ), ​ເຖາະ(ກະຕ່າຍ), ມະ​ໂຮງ(ງູ​ໃຫຍ່) ​ແລະ ຕໍ່ໆ​ໄປ.
    ປີ​ນີ້​ແມ່ນປີ ພ.ສ. 2555 ຊຶ່ງ​ນັບ​ແຕ່​ໄດ້​ຕັ້ງ​ພຸດທະສັກຣາດ ມາ. ພຣະພຸ​ດເຈົ້າ​ສ​ເດັດ​ດັບ​ຂັນ​ເຂົ້າ​ສູ່​ພຣະນິພານ​ແລ້ວ​ໄດ້ 2555 ປີ​ໃນ​ປີ​ນີ້. ​ແລະ ປີ​ນີ້ ຈຸດສັກຣາດ ​ໄດ້ 1374 ປີ. ຈຸດສັກຣາດນີ້​ຕັ້ງ​ຂື້ນ​ໃນ​ປະ​ເທດ​ມຽນມາ ປີ​ທີ່​ພຣະ​ເຈົ້າ​ປຸດ​ໂສດາ​ບັດ ພຣະ​ເຈົ້າ​ມະຫາ​ຊີວິດ​ມຽນມາ ​ໄດ້​ແຕ່ງ​ຕັ້ງ​ໂຫລ( ​ໂຫລ​ສາດ) ຂື້ນ​ມາ​ຫວາຍ​ລັກ​ເກນ​ຕ່າງໆ ​ແລະ ພວກ​ເຮົາ​ໄດ້​ປະຕິບັດ ປີ​ໃໝ່​ສືບ​ຕໍ່​ມາຮອດປະຈຸບັນ.

Bild
Bild
     ປີ​ນີ້​ ແມ່ນປີມະໂຣງ( ງູໃຫຍ່ ) ພ.ສ. 2555 ອະທິກະມາດ.ອະທິກະສຸຣະທິນ. ປົກກະຕິວານ. ເດຶອນ 7 ດັບ 14 ຄໍ່າ ເດຶອນກຸມພາ ມີ​ 29 ມື້້.  ປີໃຫມ່ລາວປີນີ້ ມີ 3 ວັນ ລະອຽດມີດັ່ງນີ້:
    1. ວັນສົງການ ສັງຂານລ່ວງ ວັນສຸກ ເດືອນ 5 ແຮມ 7 ຄ່ຳ ປີ ພ.ສ 2555 ກົງກັບວັນທີ 13 ເມສາ ຄ.ສ 2012
        ເວລາ 19 ໂມງ 26 ນາທີ 12 ວິນາທີ.
    2. ວັນເນົາ ວັນເສົາ ເດືອນ 5 ແຮມ 8 ຄ່ຳ ປີ ພ.ສ 2555 ກົງກັບວັນທີ 14 ເມສາ ຄ.ສ 2012
    3. ວັນສັງຂານຂຶ້ນ ວັນອາທິດ ເດືອນ 5 ແຮມ 9 ຄ່ຳ ປີ ພ.ສ 2555 ກົງກັບວັນທີ 15 ເມສາ ຄ.ສ 
        2012  ເວລາ 23 ໂມງ 43 ນາທີ 48 ວິນາທີ ເປັນວັນຖະເຫລີງສົກຂຶ້ນປີໃໝ່ລາວ ແລະ ປ່ຽນເປັນປີ ມະໂຣງ


ພ.ສ 2555 ຈ.ສ 1374.
    ຈາກຂໍ້ມູນການທຳນາຍຂ້າງເທິງນັ້ນ ສະແດງໃຫ້ເຫັນວ່າ ເວລາທີ່ປ່ຽນຈາກປີເກົ່າກ້າວສູ່ປີໃໝ່ຂອງລາວເຮົາ ກໍມີເນີ! ບໍ່ແມ່ນແຕ່ປີໃໝ່ສາກົນທໍ່ນັ້ນ ທີ່ຫລາຍຄົນນັ່ງລໍຖ້າໂມງ ກາຍເລກ 12 ທ່ຽງຄືນ ແລ້ວຈັດສະຫລອງ ... ປີໃຫມ່ລາວກໍສາມາດລໍຖ້າການປ່ຽນເປັນປີໃໝ່ ເຊິ່ງເພິ່ນຮຽກວ່າ ເປັນວັນຖະເຫລີງສົກຂຶ້ນປີໃໝ່ລາວ ຊຶ່ງ
ໃນປີນີ້ ແມ່ນຖືກກັບວັນ ອາທິດ ກົງກັບ ວັນທີ 15 ເມສາ ປີ 2012.  
Bild
Bild

    ສ່ວນຄຳທຳນາຍຕ່າງໆປະຈຳປີນີ້ ມີດັ່ງນີ້:
    ນາງສັງຂານປີມະໂຣງ ຊົງພຣະນາມວ່າ: ກິມິທາເທວີ ຊົງພະຣຸທັດດອກບົວເຫຼຶອງ(ຈົງກົດ) ພັກສາຫານສະເວີຍກ້ວຍນໍ້າ. ອາພອນປະດັບກ້ວຍແກ້ວບຸດສະດາຄຳ(ແກ້ວເຫຼຶອງ).  ນາມມະຫາສົງການ ສັງຂານລ່ວງ ວັນສຸກ ນາງເທບທິດາ
ທີ 6
ຊື່ວ່າ: ມະໂຫທອນເທວີ ທົງພາຫູຣັດ ປະດັບ ດອກສາມຫາວ (ດອກຜັກຕົບ) ອາພອນປະດັບດ້ວຍແກ້ວນິນ ແກ້ວຂຽວ
     ພັກສາຫານ ຊີ້ນຊາຍ (ຊີ້ນກວາງ) ມືຂວາຖືກົງຈັກ ມືຊ້າຍຖືຫອກສາມງ່າມ ນັ່ງມາເທິງຫລັງນົກຍຸງເປັນພາຫະນະ.
ສັງຂານລ່ວງ ວັນສຸກ ສະພາບບໍ່ຄ່ອຍດີປານໃດ ລະວັງຈະເກີດໄຟໄຫມ້ກາງເມືອງ ຜູ້ຮ້າຍອ້າຍຂະໂມຍເກີດຂຶ້ນຫລາຍ
 ໂຣກພະຍາດກໍຈະເກີດແຜ່ລະບາດ.
     ສັງຂານເນົາ ວັນເສົາ ສະພາບການປູກເຂົ້າບໍ່ສົມບູນປານໃດ ເນື່ອງຈາກວ່າມີໄພທຳມະຊາດ ແລະ ສັດຕູພືດເກີດ
ຂຶ້ນບາງບ່ອນ.
    ສັງຂານຂຶ້ນ ວັນອາທິດ ປວງຊົນທັງຫລາຍ ຈະມີແຕ່ຄວາມສຸກ ອຸດົມສົມບູນດີ ວັນອາທິດ ເປັນອະທິບໍດີ ນາກ
ຫລິ້ນນ້ຳ 3 ໂຕ
ບັນດານໃຫ້ຝົນຕົກ 500 ຫ່າ ຕົກໃນຈັກກະວານ 200 ຫ່າ ປ່າຫິມະພານ 150 ຫ່າ ມະຫາສະຫມຸດ 100 ຫ່າ
ແລະ
 ຕົກໃນມະນຸດສະໂລກ 50 ຫ່າ.
    ນາກຫລິ້ນນ້ຳ 6 ໂຕ ຝົນຈະມີອຸດົມທຸກແຫ່ງ ຈະມີລົມຫລາຍພັດມາບໍ່ຂາດ ເຂົ້າກ້າໃນນາຈະເກີດພະຍາດ ຕ້ອງກຽມ

ຢາຂ້າ ສັດຕູພືດໄວ້ ຖ້າບໍ່ດັ່ງນັ້ນ ຈະບໍ່ໄດ້ຮັບຜົນດີເທົ່າທີ່ຄວນ.
    1. ທວາຍການເຮັດນາ ນາລຸ່ມໄດ້ຜົນດີ ນາໂນນໄດ້ຜົນພໍສົມຄວນ ຫມາກໄມ້ຕ່າງໆຈະມີດົກກວ່າທຸກໆປີ
    2. ເກນກາລະໂຍກ ວັນອາທິດ ເປັນທຸງໄຊ ວັນຈັນ ອະທິບໍດີ ວັນສຸກ ອຸບາດ ວັນພຸດ ໂລກາວິນາດ.
    3. ເກນຣຸກຂາຊາດ ໄມ້ຊ້າງນ້າວເປັນພະຍາ.
ອັນນັ້ນແມ່ນຄຳທຳນາຍທີ່ສືບທອດກັນມາຕາມປະເພນີ ສຸດແລ້ວແຕ່ການພິນິດພິຈາລະນາຂອງແຕ່ລະຄົນນໍ?.
ທ້າຍນີ້ ຂ້າພະເຈົ້າຂໍອັວຍພອນ​ປີ​ໃໝ່ລາວໃຫ້ບັນດາທ່ານນັກອ່ານທັງຫຼາຍ

                                                        ໂຊກ​ດີ​ປີ​ໃໝ່ 2555

                            ປາຖນາ​ໃຫ້​ລາວໃນ​ນອກ​ບ້ານ                 ຮຽງ​ຮ່ວມ​ສາຍ​ສະມາ​ຄີ

                            ຈັບ​ມື​ຖື​ແຂນ​ກັນ                                      ສ້າງ​ຊື່​ລາວ​ໃຫ້​ໂລກຮູ້ 

                            ສຶກສາ​ວິຊາ​ຄວາມ​ຮູ້                                 ກົນ​ໄກ​ຫຼາຍ​ແບບຢ່າງ

                            ສ້າງ​ຕົນ​ແລະ​ລູກ​ຫຼານ​ໃຫ້​ທົ່ວ​ໜ້າ ​              ໃຫ້​ມີ​ເຊື້ອ​ຊາດ​ລາວ​ສີນ​ລະ​ປີນ



Bild
Powered by
✕