ຈຸດປະສົງແມ່ນປົກປັກຮັກສາວັດທະນາທຳຮີດຄອງປະເພນີ
(ບົດສຳພາດ ທ່ານ ສົມພາວັນ ອັກຄະຣາດ ປະທານສະມາຄົມ ຊຸດທຳອິດ ໂດຍ
Augsburger Allgemeine)
Weißenhorn/Hittistetten (ahoi).
ສະມາຄົມດອກຈຳປາທີ່ຫາກໍ່ຕັ້ງຂື້ນໃໝ່, ຊຶ່ງມີທີ່ຕັ້ງຢູ່ເມືອງ ວາຍເຊັນຮອນ ຂໍເຊີນທຸກໆທ່ານ ເຂົ້າຮ່ວມງານສະຫລອງເປີດສະມາຄົມ ໃນວັນເສົາ ທີ່ຈະມາເຖິງນີ້. ສະມາຄົມໜຸ່ມນ້ອຍນີ້ຢາກຈະສະເໜີຕົວດ້ວຍການຈັດງານຂືຶ້ນທີ່
ສະໂມສອນຂອງເມືອງ. ຕອນເຊົ້າຈະມີການນິມົນຄູບາ ມາຕັກບາດ,
ສ່ວນຕອນແລງມີການສະແດງສິນລະປະວັດທະນາທຳລາວ. ອີງຕາມການບອກເລົ່າຂອງປະທານສະມາຄົມ ທ່ານ ສົມພາວັນ ອັກຄະຣາດ: "ດອກຈຳປາ" ແມ່ນຊື່ດອກໄມ້ປະຈຳຊາດຂອງລາວ, ປະເທດອາຊີຕາເວັນອອກສຽງໄຕ້ປະເທດນີ້ ມີພົນລະເມືອງປະມານ ຫົກລ້ານຄົນ, ຊຶ່ງປົກຄອງແລະນຳພາໂດຍ ລັດຖະບານຄອມມູນິດ. ສະມາຄົມລາວນີ້ຕັ້ງຂຶ້ນໃນເດືອນສິງຫາ ແລະປະຈຸບັນມີສະມາຊິກຢູ່ ໒໒ ຄົນ. ສ່ວນຫລາຍດຳລົງຊີວິດຢູ່ໃນເມືອງ ວາຍເຊນຮອນ ແລະ ຂອບເຂດ
ບໍ່ຫ່າງໄກອອກຈາກນັ້ນ. ທ່ານອັກຄະຣາດ ຍັງບອກອີກວ່າ: ຄົນລາວຫລາຍຄົນໃນຂົງເຂດນີ້ແມ່ນແຕ່ງງານກັບຄົນເຢຍລະມັນ, ສ່ວນຜູ້ກ່ຽວເອງແມ່ນມາຢູ່ເຢຍລະມັນແຕ່ປີ ໑໙໘໗, ຫລັງຈາກທີ່ໄດ້ຮຽນຈົບວິຊາເສດຖະກິດທີ່ປະເທດໂປໂລຍ. ປະຈຸບັນ
ຜູ້ກ່ຽວພ້ອມດ້ວຍຄອບຄົວແລະພັນລະຍາດຳລົງຊີວິດຢູ່ທີ່ບ້ານ ຮິດຕິສສະເຕັດເຕິ. ທ່ານສົມພາວັນ ຊຶ່ງມີອາຍຸໄດ້ ໕໐ປີຍັງເລົ່າຕໍ່ໄປອີກວ່າ:ໃນເວລາຜ່ານມາຄອບຄົວຂອງຄົນລາວຢູ່ໃນອ້ອມແອ້ມເຂດນີ້
ກໍ່ໄດ້ມີການນັດພົບແລະຈັດງານສະຫລອງຂຶ້ນເປັນປະຈຳ, ຈຸດປະສົງກໍ່ເພື່ອປົກປັກຮັກສາ ວັດທະນາທຳຂອງ ປະເທດ
ຕົນເອງ ແລະພ້ອມກັນນັ້ນກໍ່ເພື່ອນຳສະເໜີຕໍ່ຄົນເຢຍລະມັນ. ມາຮອດດຽວນີ້ ຈຶ່ງພາກັນຕັ້ງສະມາຄົມ ຂອງຕົນເອງຂຶ້ນ.
ທ່ານ ອັກຄະຣາດເຫັນວ່າ: " ພວກເຮົາຢູ່ໄກບ້ານເກີດເມືອງນອນ, ຍ້ອນແນວນັ້ນຕ້ອງເຕົ້າໂຮມສາມັກຄີກັນ".
ທ່ານເອງກໍ່ຮຽນພາສາເຢຍລະມັນດ້ວຍຕົນເອງ ບໍ່ເຄີຍເຂົ້າໂຮງຮຽນມາກອ່ນ. ໃນອານະຄົດ ທາງສະມາຄົມ
ກໍ່ຈະພະຍາຍາມເຮັດເລື້ອງນີ້ໃຫ້ໄດ້, ຈຳເປັນຕ້ອງໃຫ້ມີ ຫອ້ງຂອງສະມາຄົມ ແຕ່ວ່າປະຈຸບັນຍັງບໍ່ທັນເຫັນຮອ່ງຮອຍເທື່ອ.
" ພວກເຮົາຫາກໍ່ເລີ້ມຕົ້ນ". ການຊ່ວຍເຫືລອຊຶ່ງກັນແລະກັນ ກໍ່ແມ່ນຈຸດປະສົງຂອງສະມາຄົມ. ໃນອະນາຄົດອາດຈະ
ເຮັດການບໍລິຈາກເພື່ອປະຊາສົງເຄາະໃນລາວ, ເພາະ ປະເທດລາວບໍ່ຮັ່ງມີ, ເງິນເດືອນຂອງຄົນງານມີແຕ່ ໕໐ ຫາ ໑໐໐ € .
ແຕ່ວ່າ ຂັ້ນທຳອິດ ສະມາຊິກທຸກຄົນຢາກປົກປັກຮັກສາ ວັດທະນາທຳ ຂອງບ້ານເກີດເມືອງນອນຕົນເອງ ແລ້ວສືບທອດ
ໃຫ້ລູກໃຫ້ຫລານ, ເພາະ ພວກເຂົາເຈົ້າບໍ່ມີໃຜ, ນອກຈາກ ມີແຕ່ພໍ່ແມ່ເທົ່ານັ້ນທີ່ຈະເປັນຜູ້ຖ່າຍທອດໃຫ້.
ປີໜ້າທາງສະມາຄົມຂອງພວກເຮົາ ມີແຜນການຈະຈັດງານ ໜຶ່ງຂຶ້ນ ຊື່ວ່າ " ມື້ຂອງລາວ" ຊຶ່ງຈະມີການນຳສະເໜີແລະ
ສະແດງ ວັດທະນາທຳ ຮີດຄອງປະເພນີ. ບາງສ່ວນ ບັນດາແຂກກໍ່ຈະໄດ້ພົບພໍ້ໃນງານຂອງແລງວັນເສົາທີ່ຈະມາເຖິງນີ້, ຢູ່ທີ່ສະໂມສອນຂອງເມືອງ . ຫລັງຈາກຕັກບາດ, ໄຫວພະ ຕອນເຊົ້າ ໑໐ໂມງແລ້ວ ແມ່ນ ຮັບປະທານອາຫານສວຍ ແລະ
ລາຍການຫລິ້ນຂອງ ເດັກນ້ອຍ. ພາກຕອນແລງນັບແຕ່ ໑໗ ໂມງໄປແຂກຈະໄດ້ພົບພໍ້ກັບການຟ້ອນລຳ ແບບພື້ນເມືອງ
ພອ້ມດ້ວຍດົນຕີຣບັນເລງ ແລະຈະໄດ້ຊີມລົດຊາດອາຫານແບບລາວໆ. ສ່ວນປີ້ຜ່ານປະຕູນັ້ນ ແມ່ນບໍ່ໄດ້ຈ່າຍ.
ເບິ່ງ ທີ່ມາຂອງຂ່າວ