ຈຳປາ ມາລາບານ
ໂດຍ: ດວງປັນຍາ
*ຈຳປາບານງາມເອ້ ຊຸມເຮົາແສນຊົມຊື່ນ
ບັນຍາກາດພົ່ນຟື້ນ ຊຸມຂ້ອຍມ່ວນງັນ
໓໑.໐໑.໐໙ ວັນນັ້ນ ເປັນວັນປະຫວັດສາດ
ເຮົາສາມາດກໍ່ຕັ້ງ ມະຕິຂໍ້ຕໍ່ເດີມ
*ມີບາງບ່ອນກໍ່ຕ້ອງເພີ້ມ ບາງບ່ອນກໍ່ຕັດຮອນ
ຄັນເຖິງຕອນສຳຄັນ ກໍ່ເວົ້າກັນຫລາຍຂັ້ນ
ຕາມຕົກລົງປົງຫມັ້ນ ດອກຈຳປາເປັນຊື່
ຈົນໄດ້ຄືດັ່ງເວົ້າ ໃຜກໍ່ຊ້ອຍຊື່ນບານ
*ຈຳປາບານຄັ້ງນີ້ ຄິດວ່າຊິບານຍາວ
ຂໍປ່າວຂ່າວຊາວຊົນ ຈົ່ງຊ່ວຍກັນຊູຊ້ວນ
ເປັນຂະບວນຊວນຍູ້ ຊາວລາວໄດ້ເດີນໄຕ່
ເພື່ອໃຫ້ລາວລຸ້ນຫລ້າ ຮຽນຮູ້ຮີດຄອງ
*ທຸກສິ່ງຢ່າງຖືກຕ້ອງ ກົດບັນຍັດຫລັກການ
ບໍລິຫານກັນເອງ ສຽງສ່ວນຫລາຍເປັນເຄົ້າ
ເຊີນທ່ານມາໂຮມເຕົ້າ ຊຸມເຮົາຍັງຖ້າຢູ່
ຫລືພຽງມາຊຸກຍູ້ ກໍ່ສຸດແລ້ວແຕ່ໃຈ
*ຈຳປາບານ ບານຈົນໄດ້ ເຖິງແດນໄກຄວາມໜາວໜ່ວງ
ຄັນແມ່ນບານຢູ່ບາ້ນ ຊິບານໄດ້ຕະຫລອດການ
ສາທຸເດີ! ຂໍໃຫ້ຈຳປາເຈົ້າ ບານຢ່າເຊົາເປັນຈັກເທື່ອ
ສົ່ງກິ່ນຫອມຮວງເຮົ້າ ແລງເຊົ້າຊື່ນໃຈ
*ສາມັກຄີກັນເຂົ້າ ຊຸມເຮົາຕຸ້ມຫໍ່
ຊໍ່ມາລາດອກໄມ້ ວາງໄວ້ທີ່ສູງ
ຂໍຍາລຸງຍາປ້າ ອາວອາທ່ານຜູ້ໃຫ່ຍ
ຜູ້ຢູ່ໄກຢູ່ໄກ້ ຍິນແລ້ວຢ່າໄດ້ໄລ ແດ່ທ້ອນ!!!